ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ຣັດ​ເຊຍ ​ໄດ້​ຮັບ​ລົດ​ຕິດ​ຕັ້ງ​ປືນ​ໃຫ່​​ຍ Floks ລຸ້ນ​ຫຼ້າ​ສຸດ

     ສຳນັກ​ຂ່າວ RIA Novosti ຂອງ​ຣັດ​ເຊຍ ລາຍ​ງານ​ໃນ​ວັນ​ທີ 10 ຕຸລາ ຜ່ານ​ມາ​ນີ້​ວ່າ: ກຸ່ມ​ບໍລິສັດ Rostec ຂອງ​ຣັດ​ເຊຍ​ ໄດ້​
ເລີ່ມ​ສົ່ງ​ມອບ​ປືນ​ໃຫ່​​ຍ​ເຄື່ອນ​ທີ່​ຊຸດ​ທຳ​ອິດ Floks ຂອງ​ການ​ຍົກ​ລະດັບ​ຕິດ​ຕັ້ງ​ໃສ່​ລົດ​ລາກ​ແກ່​ພ້ອມ​ດ້ວຍ​ປືນ​ຂະໜາດ 120​ມມ ໃຫ້​
ແກ່​ກອງທັບ​ຣັດ​ເຊຍ.

     ກຸ່ມ​ບໍລິສັດ Rostec ໄດ້​ເສີມ​ສ້າງ​ຄວາມ​ທົນ​ທານ​ດ້ານ​ໃນ​ຂອງ​ລົດ​ ເພື່ອ​ຮັບປະກັນ​ຄວາມ​ເສຍ​ຫາຍ​ຈາກ​ການ​ຖືກ​ໂຈມ​ຕີ, ເພີ່ມ​
ຄວາມ​ປອດ​ໄພ​ໃນ​ເວລາ​ເດີນທາງ. ນອກ​ນັ້ນ, ຍັງ​ໄດ້​ປັບປຸງ​ຫ້ອງ​ບັນຈຸ​ລູກປືນ​ໃຫ້​ໄດ້​ຫຼາຍ​ຂຶ້ນ​ເພື່ອ​ຄວາມ​ພ້ອມ​ໃນ​ການ​ຕໍ່ສູ້ ແລະ ຄວາມ​
ປອດ​ໄພ​ໃນ​ການ​ຕໍ່ສູ້. ເຊິ່ງ​ຖືກ​ພິຈາລະນາ​ໂດຍ​ຜູ້​ຊ່ຽວຊານ​ ຣັດ​ເຊຍ​ຫຼາຍ​ຄົນ​ວ່າມີ​ທ່າແຮງ​ທີ່​ຈະ​ກາຍເປັນ​ອາວຸດ​ທີ່​ສຳຄັນ​ໃນ​ການ​ຕໍ່ສູ້​ທາງ
ບົກ. ສາມາດ​ຍິງ​ລູກປືນ​ໄດ້​ຫຼາຍ​ປະເພດ, ລວມ​ທັງ​ລູກປືນ​ທີ່​ມີແຮງ​ແຕກ​ເປັນ​ວົງ​ກ້ວ​​າງ, ຍັງ​ສາມາດ​ຍິງ​ລູກປືນ​ຄົກ 120​ມມ ດ້ວຍ​ໄລຍະ​
ສູງ​ສຸດ 7.5 ກິໂລແມັດ, ບັນຈຸ​ລູກປືນ 80 ລູກ, ໃນ​ນັ້ນ​ມີ 28 ລູກ​ພິເສດຖືກ​ຕິດ​ຕັ້ງ​ຢູ່​ເທິງ​ຕົວ​ລົດ​ບັນທຸກ​ລໍ້ 6x6 Ural-4320 ໃຊ້​ເຄື່ອງ​
ຈັກ​ກາ​ຊວນ ມີ​ກຳລັງ 300 ແຮງ​ມ້າ ມີ 5 ເກຍ, ຄວາມ​ໄວ​ສູງ​ສຸດ 75 ກິໂລແມັດ​ຕໍ່​ຊົ່ວໂມງ​ຂອງ​ໄລຍະ​ການ​ໃຊ້​ງານ​ສູງ​ສຸດ 1,000 ກິ
ໂລແມັດ.

     ນອກຈາກ​ນີ້, ຫ້ອງ​ໂດຍສານ​ຂອງ​ລົດ​ບັນທຸກ Ural-4320 ແມ່ນ​ຫຸ້ມ​ເກາະ​ສາມາດ​ປ້ອງ​ກັນ​ທີມ​ຂັບ​ໃນ​ເວລາ​ສູ້​ຮົບ​ຈາກ​ການ​ໂຈມ​ຕີ​
ດ້ວຍ​ອາວຸດ​ນ້ອຍ ​ແລະ​ ປືນ​ໃຫຍ່​ຂອງ​ຝ່າຍ​ກົງກັນຂ້າມ. ສ່ວນ​ຫ້ອງ​ຖົງ​ຂອງ​ລົດ​ແມ່ນ​ຫຸ້ມ​ເກາະ ສາມາດ​ທົນ​ຕໍ່​ແຮງ​ດັນ​ຂອງ​ລະເບີດ​ທີ່​ມີ​ກຳ
ລັງ​ແຮງ​ທຽບ​ເທົ່າ​ກັບ​ລະເບີດ TNT 2 ກິ​ໂລ ພ້ອມ​ນັ້ນ ຍັງ​ຖືກ​ອອກ​ແບບ​ທີ່​ມີ​ການ​ສະຫນອງ​ພະລັງງານ​ອັດຕະໂນມັດ ແລະ ສາມາດ​ເກັບ​
ຮັກສາ​ພະລັງງານ​ໄດ້​ດີ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/10/2023